ບໍລິການແປພາສາ

ທ່ານມີສິດໃນການໃຊ້ບໍລິການແປພາສາໂດຍບໍ່ເສຍຄ່າ, ລວມເຖິງພາສາມືອາເມຣິກາ. ທ່ານສາມາດຮັບບໍລິການເຫຼົ່ານີ້ໄດ້ຕະຫຼອດ 24 ຊົ່ວໂມງ, ເຈັດວັນຕໍ່ອາທິດ.

ຈະເປັນການດີກວ່າ ຖ້າໃຊ້ນາຍແປພາສາມືອາຊີບໃນການນັດໝາຍທາງການແພດຂອງທ່ານ. ທ່ານບໍ່ຄວນໃຊ້ໝູ່ເພື່ອນ, ຄອບຄົວ, ຫຼື ເດັກນ້ອຍ ເພື່ອແປພາສາໃຫ້ທ່ານ.

ວິທີເຂົ້າເຖິງບໍລິການແປພາສາ

Interpreterໂທຫາຝ່າຍບໍລິການສະມາຊິກໄດ້ທີ່ 1-888-839-9909 (TTY 711). ຝ່າຍບໍລິການສະມາຊິກເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, 7 ວັນຕໍ່ອາທິດ, ລວມເຖິງວັນພັກຕ່າງໆ.

ສຳລັບບໍລິການແປພາສາແບບເປັນບຸກຄົນ, ກະລຸນາແຈ້ງໃຫ້ພວກເຮົາຮູ້ວ່າ:

  • ໃຜ: ການນັດໝາຍນີ້ແມ່ນສຳລັບທ່ານ, ຫຼື ລູກຂອງທ່ານ? 
  • ແມ່ນຫຍັງ: ທ່ານຈະໄປພົບທ່ານໝໍປະເພດໃດ?ທ່ານຕ້ອງການນາຍແປພາສາຊາຍ ຫຼື ຍິງ? 
  • ເມື່ອໃດ: ການນັດໝາຍຂອງທ່ານແມ່ນຈັກໂມງ?ທ່ານຕ້ອງການໃຫ້ນາຍແປພາສາຢູ່ທີ່ນັ້ນເມື່ອໃດ?
  • ຢູ່ໃສ: ການນັດໝາຍຂອງທ່ານຢູ່ໃສ? ທີ່ຢູ່ແມ່ນຫຍັງ?ມີອາຄານສະເພາະບໍ?
  • ເປັນຫຍັງ: ການນັດໝາຍນີ້ແມ່ນເພື່ອຫຍັງ? ຕິດຕາມ? ການປຶກສາຫາລື?ກວດສຸຂະພາບ?

ຕ້ອງການຄວາມຊ່ວຍເຫຼືອດ້ານການແປພາສາໃຫ້ທັນເວລາ?

  • ກະລຸນາໂທຫາພວກເຮົາ ຢ່າງໜ້ອຍ 10 ວັນລັດຖະການກ່ອນການນັດໝາຍຂອງທ່ານ. ຍິ່ງພວກເຮົາມີເວລາຫຼາຍເທົ່າໃດ ຍິ່ງມີໂອກາດຫຼາຍຂຶ້ນທີ່ພວກເຮົາຈະຊອກຫານາຍແປພາສາໃຫ້ທ່ານໄດ້.
  • ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນ.
  • ກະລຸນາໂທຫາຝ່າຍບໍລິການສະມາຊິກໄດ້ທີ່ 1-888-839-9909 (TTY 711) ຖ້າການນັດໝາຍຂອງທ່ານມີການປ່ຽນແປງ. ຝ່າຍບໍລິການສະມາຊິກເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, 7 ວັນຕໍ່ອາທິດ, ລວມເຖິງວັນພັກຕ່າງໆ.
     

ເອກະສານເປັນພາສາ ແລະ ຮູບແບບຂອງທ່ານ

ທ່ານສາມາດຮັບເອກະສານສະມາຊິກເປັນພາສາ ແລະ ຮູບແບບທີ່ທ່ານຕ້ອງການ, ເຊັ່ນ ເປັນສື່ສິ່ງພິມຂະໜາດໃຫຍ່ ຫຼື ສຽງ.

ວິທີຂໍເອກະສານເປັນພາສາ ຫຼື ຮູບແບບຂອງທ່ານ
ໂທຫາຝ່າຍບໍລິການສະມາຊິກໄດ້ທີ່ 1-888-839-9909 (TTY 711) ເພື່ອຂໍເອກະສານເປັນພາສາ/ຮູບແບບຂອງທ່ານ. ຝ່າຍບໍລິການສະມາຊິກເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, 7 ວັນຕໍ່ອາທິດ, ລວມເຖິງວັນພັກຕ່າງໆ.
 

ການຮ້ອງທຸກ 

ທ່ານສາມາດຍື່ນຄຳຮ້ອງທຸກ ຖ້າ:

  • ທ່ານຮູ້ສຶກວ່າຖືກປະຕິເສດການໃຫ້ບໍລິການ ເນື່ອງຈາກທ່ານບໍ່ສາມາດເວົ້າພາສາອັງກິດ
  • ທ່ານບໍ່ສາມາດຫານາຍແປພາສາໄດ້
  • ທ່ານມີຄຳຮ້ອງທຸກກ່ຽວກັບນາຍແປພາສາ
  • ທ່ານບໍ່ສາມາດຮັບຂໍ້ມູນເປັນພາສາ ຫຼື ຮູບແບບຂອງທ່ານໄດ້
  • ຄວາມຈຳເປັນທາງວັດທະນະທຳຂອງທ່ານບໍ່ໄດ້ຮັບການຕອບສະໜອງ

ວິທີຍື່ນຄຳຮ້ອງທຸກເປັນພາສາຂອງທ່ານ

Phoneມີສີ່ວິທີໃນການຍື່ນຄຳຮ້ອງທຸກ: 

  1. ໂທຫາຝ່າຍບໍລິການສະມາຊິກໄດ້ທີ່ 1-888-839-9909 (TTY 711)
  2. ຍື່ນອອນໄລໄດ້ທີ່ 
  3. ຂຽນໜັງສືເຖິງ:
    Member Services Department
    1055 W. 7th Street, 10th Floor
    Los Angeles, CA 90017
  4. ສົ່ງແຟັກເຖິງ 213-438-5748